ນະໂຍບາຍການຮັບປະກັນສິນຄ້າ
ເງື່ອນໄຂການຮັບປະກັນສິນຄ້າທົ່ວໄປ
ເວັບໄຊທ໌ Panya Tech ພ້ອມໃຫ້ລູກຄ້າໄດ້ຮັບປະສົບການການຊື້ສິນຄ້າ ທີ່ໄດ້ຮັບຄວາມເພິ່ງພໍໃຈສູງສຸດຈາກເຮົາ ດ້ວຍນະໂຍບາຍຮັບປະກັນສິນຄ້າດັ່ງນີ້
- ຮັບປະກັນສິນຄ້າຈາກຜູ້ຜະລິດ ຕາມມາດຕະຖານການໃຊ້ງານ (ເລີ່ມຕົ້ນທີ່ 1 ວັນ) 1 ປີ ຫຼື 3-5 ປີ ຕາມປະເພດສິນຄ້າ ນັບຕັ້ງແຕ່ວັນໄດ້ລະບຸໃວ້ໃນບິນຮັບເງິນ
- ຮັບປະກັນສິນຄ້າຈາກຜູ້ຜະລິດ ຕາມມາດຕະຖານການໃຊ້ງານ ຕາມຂໍ້ກຳນົດການໃຊ້ງານສິນຄ້າ ຜະລິດຕະພັນ ຕາມທີ່ລະບຸໄວ້ໃນຄູ່ມືການໃຊ້ງານ ຫຼື ເອກະສານສະແດງລາຍການສິນຄ້າ ທີ່ຢູ່ໃນບັນຈຸພັນ ການຮັບປະກັນສິນຄ້າຈະບໍ່ລວມເຖິງການເກີດອຸປະຕິເຫດ ຕົກເຮ່ຍ ຫຼື ຕົກນ້ຳ ແລະ ໄພທີ່ເກີດຈາກທຳມະຊາດທຸກກໍລະນີ
- ທ່າງຮ້ານ ຂໍສະຫວນສິດໃນການປ່ຽນແປງ ແກ້ໄຂ ເງື່ອນໄຂການຮັບປະກັນ ໂດຍບໍ່ຕ້ອງແຈ້ງໃຫ້ຊາບລ່ວງໜ້າ
ໄລຍະເວລາຮັບປະກັນການໃຊ້ງານຕາມປະເພດສິນຄ້າ
- ສິນຄ້າແອບເປີ້ນ ໂນ໋ດບຸກ, ແທັບເລັດ, ສະມາດໂຟນ, ພີຊີອໍອິນວັນ (ໄລຍະເວລາຮັບປະກັນ 1 ປີ)
- ສິນຄ້າແອບເປີ້ນ ໂນ໋ດບຸກ, ແທັບເລັດ, ສະມາດໂຟນ, ພີຊີອໍອິນວັນ ມືສອງ (ໄລຍະເວລາຮັບປະກັນ 1-90 ວັນ)
- ອຸປະກອນເສີມ ຕ່າງໆ (ໄລຍະເວລາຮັບປະກັນ 1-30 ວັນ)
* ລາຍລະອຽດການຮັບປະກັນ ຈະສະແດງຂໍ້ມູນທີ່ລາຍລະອຽດຂອງສິນຄ້າແຕ່ລະລາຍການ
** ຂໍສະຫງວນສິດການຮັບປະກັນ ຕາມທີ່ໄດ້ລະບຸຈາກບໍລິສັດ..
*** ຂໍສະຫງວນສິດການຮັບປະກັນ ຈາກການໃຊ້ງານຕາມເງື່ອນໄຂຂອງການໃຊ້ງານ ທີ່ຖືກລະບຸຈາກຜູ້ຜະລິດສິນຄ້າເທົ່ານັ້ນ
ເມື່ອໄດ້ຮັບພັດສະດຸ ກະລຸນາຖ່າຍວິດີໂອຄລີບການເປີດກ່ອງ ແລະ ການກວດສອບສິນຄ້າ ເພື່ອໃຫ້ເປັນຫຼັກຖານໃນການຂໍເຄມ ຫຼື ຄືນສິນຄ້າເສຍຫາຍ ຜິດລຸ້ນ ຫຼື ໄດ້ສິນຄ້າບໍ່ຄົບ ຖ້າຫາກບໍ່ມີຫຼັກຖານງົດຮັບເຄມທຸກກໍລະນີ
