ຂໍ່ຕົກລົງການໃຊ້ບໍລິການ Panya Tech
1. ບົດນຳ
ເງື່ອນໄຂ ແລະ ຂໍ້ຕົກລົງໃນການໃຊ້ບໍລິການໃນຜະລິດຕະພັນຂອງ Panya Tech ນີ້ເປັນຂໍ້ຜູກພັນລະຫວ່າງຜູ້ໃຊ້ບໍລິການ ເຊິ່ງທຳການລ໋ອກອິນເຂົ້າສູ່ລະບົບ ຫຼື ບໍລ໋ອກອິນເຂົ້າສູ່ລະບົບຂອງ Panya Tech ເພື່ອຈຸດປະສົງໃນການໃຊ້ບໍລິການ ຫຼື ຊື້ສິນຄ້າ ຫຼື ເພື່ອສື່ສານຕ່າງໆຕາມກອບທີ່ “Panya Tech“ ກຳນົດ ເຊິ່ງຕໍ່ໄປນີ້ໃນຂໍ້ຕົກລົງນີ້ຈະເອີ້ນວ່າ “ຜູ້ໃຊ້ບໍລິການ“ ກັບ “Panya Tech“ ທັງນີ້ພາຍໃຕ້ກອບຈຸດປະສົງໃນການໃຊ້ບໍລິການຕ່າງໆຜ່ານທາງຜະລິດຕະພັນ Panya Tech ເພື່ອການໃຊ້ບໍລິການຕ່າງໆ ລວມທັງການຊື້ສິນຄ້າຕ່າງໆ ເມື່ອ “ຜູ້ໃຊ້ບໍລິການ” ຕົກລົງຊຳລະເງິນ ຫຼື ລ໋ອກອິນເຂົ້າສູ່ລະບົບຂອງ Panya Tech ແລ້ວ “ຜູ້ໃຊ້ບໍລິການ” ຕົກລົງ ແລະ ຍິນຍອມທີ່ຈະຜູກພັນຕົນລວມທັງຕົກລົງທີ່ຈະປະຕິເສດຕາມເງື່ອນໄຂໃນການໃຊ້ງາຍຜະລິດຕະພັນຂອງ Panya Tech ທຸກປະການ
2. ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນ
“ຜູ້ໃຊ້ບໍລິການ” ສາມາດອ່ານ ແລະ ສຶກສານະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນໄດ້ທີ່ shop.panya.la/privacy-policy
3. ເງືອນໄຂທົ່ວໄປ
“Panya Tech” ຂໍສະຫງວນສິດໃນການປ່ຽນແປງ ແກ້ໄຂ ຍົກເລີກ ເງື່ອນໄຂການໃຊ້ບໍລິການຕ່າງໆໄດ້ທຸກເມື່ອ “ຜູ້ໃຊ້ບໍລິການ” ຈະຕ້ອງທຳການລ໋ອກອິນເຂົ້າສູ່ລະບົບຢ່າງສະໝ່ຳສະເໝີເພື່ອໃຫ້ໝັ້ນໃຈວ່າ “ຜູ້ໃຊ້ບໍລິການ” ໄດ້ຮັບຮູ້ເຖິງເງື່ອນໄຂລ່າສຸດທີ່ມີການປະກາດ ແລະ ບັງຄັບໃຊ້ໃນແຕ່ລະຊ່ວງເວລາຕ່າງໆ ແລະ ຖືເປັນພັນທະສັນຍາທີ່ຜູ້ໃຊ້ບໍລິການຕ້ອງຖືປະຕິບັດໂດຍເຄັ່ງຄັດ ເມື່ອ “ຜູ້ໃຊ້ບໍລິການ” ໄດ້ໃຊ້ “ບໍລິການ” ຫຼື ກະທຳຕ່າງໆທີ່ກ່ຽວຂ້ອງກັບ “ສິນຄ້າ” ຫຼັງຈາກເງື່ອນໄຂໃໝ່ມີຜົນບັງຄັບໃຊ້ແລ້ວ ໃຫ້ຖືວ່າ “ຜູ້ໃຊ້ບໍລິການ” ໄດ້ຍອມຮັບໃນເງື່ອນໄຂໃໝ່ນັ້ນໆ “Panya Tech” ຂໍສະຫງວນສິດໃນການແກ້ໄຂ ຫຼື ຍົກເລີກ “ສິນຄ້າ” ຫຼື “ບໍລິການ” ຕ່າງໆ ໄດ້ທຸກເວລາ “ຜູ້ໃຊ້ບໍລິການ” ຕົກລົງເປັນຜູ້ຮັບຜິດຊອບຕໍ່ຄ່າໃຊ້ໃຊ້ຈ່າຍຕ່າງໆ ເພື່ອທີ່ຈະເຮັດໃຫ້ສາມາດໃຊ້ “ສິນຄ້າ” ຫຼື “ບໍລິການ” ຕ່າງໆ ໄດ້ເຊັ່ນ ຄ່າຄອມພິວເຕີ ແລະ ຄ່າບໍລິການອິນເຕີເນັດ ໃນກໍລະນີທີ່ “ຜູ້ໃຊ້ບໍລິການ” ຍັງບໍ່ໄດ້ຊຳລະຄ່າບໍລິການ ຫຼື ຄ່າສິນຄ້າເຕັມຈຳນວນ ຫຼື ໃນຈຳນວນຕ່າງໆ “Panya Tech” ຂໍສະຫງວນສິດໃນການປ້ອງກັນ ຫຼື ກະທຳການໃນປະການໃດໆເພື່ອບໍ່ໃຫ້ “ຜູ້ໃຊ້ບໍລິການ” ສາມາດໃຊ້ບໍລິການນັ້ນໆ ໄດ້ຕາມທີ “Panya Tech” ເຫັນຄວນການໃຊ້ “ບໍລິການ” ຈະຕ້ອງຢູ່ພາຍໃຕ້ບັງຄັບຂອງກົດໝາຍ ເຊິ່ງລວມເຖິງແຕ່ບໍ່ຈຳກັດພຽງແຕ່ກົດໝາຍລິຂະສິດ ກົດໝາຍຄຸ້ມຄອງຊັບສິນທາງປັນຍາຕ່າງໆ
ໃນການໃຊ້ “ສິນຄ້າ” ຫຼື “ບໍລິການ” ຕ່າງໆ ແລະ ໃຊ້ເວັບໄຊທ໌ “ຜູ້ໃຊ້ບໍລິການ” ບໍ່ມີສິດ
1) ຄັດລອກ, ເຜີຍແຜ່, ດັດແປງ, reverse engineer, ປັບປ່ຽນໜ້າຕາ, ທຳລາຍ, ລັກຂໍ້ມູນ, ຫຼື ຂັດຂວາງການທຳງານຂອງ “ສິນຄ້າ” ຫຼື “ບໍລິການ” ແລະ ເວັບໄຊທ໌
2) ສະແດງຕົນວ່າເປັນບຸກຄົນອື່ນ ຫຼື ໃຫ້ຂໍ້ມູນສ່ວນຕົວທີ່ບໍ່ເປັນຄວາມຈິງ
3) ປ່ອຍ virus, worm, spyware, computer code, file ຫຼື program ຕ່າງໆ ທີ່ຈົງໃຈ ຫຼື ອາດຈະສົ່ງຜົນເສຍ ຫຼືເຂົ້າໄປຄວບຄຸມ ການທຳງານຂອງ “ສິນຄ້າ” ຫຼື “ບໍລິການ” ແລະ ເວັບໄຊທ໌
4) scrape, spider, ໃຊ້ robot, ຫຼື ລະບົບອັດຕະໂນມັດອື່ນໆ ໃນການເຂົ້າໄປໃນ “ສິນຄ້າ” ຫຼື “ບໍລິການ”
4. ການໃຊ້ງານ
“ຜູ້ໃຊ້ບໍລິການ” ຈະໃຊ້ “ສິນຄ້າ” ຫຼື “ບໍລິການ” ໃນທາງທີ່ຖືກຕ້ອງຕາມກົດໝາຍເທົ່ານັ້ນ “ຜູ້ໃຊ້ບໍລິການ” ຕົກລົງທີ່ຈະບໍ່ເອີ້ນໄຖເງິນ ຫຼື ຊັບສິນ ຫຼື ການຂໍຮັບການສະໜອງສະໜຸນທາງການເງິນ ຫຼື ຜົນປະໂຫຍດໃນປະການຕ່າງໆ
5. ຂໍ້ຕົກລົງ ແລະ ຄຳຮ້ອງຂໍຂອງ “ຜູ້ໃຊ້ບໍລິການ”
-
- “ຜູ້ໃຊ້ບໍລິການ” ໄດ້ອ່ານ ແລະ ເຂົ້າໃຈ ແລະຕົກລົງຍອມຮັບລາຄາ ຕະຫຼອດຈົນລາຍລະອຽດຕ່າງໆຂອງ “ສິນຄ້າ” ຫຼື “ບໍລິການ” ກ່ອນທີ່ຈະຊຳລະເງິນຊື້ “ສິນຄ້າ” ຫຼື “ບໍລິການ” ນັ້ນໆ ໃນກໍລະນີຂອງ “ຜູ້ໃຊ້ບໍລິການ” ຫຼື “ຜູ້ຊື້ສິນຄ້າ” ທີ່ມີອາຍຸນ້ອຍກວ່າ 18 ປີ “ຜູ້ໃຊ້ບໍລິການ” ຫຼື “ຜູ້ຊື້ສິນຄ້າ” ຕົກລົງ ແລະ ຮັບຮອງວ່າ “ຜູ້ໃຊ້ບໍລິການ” ຫຼື “ຜູ້ຊື້ສິນຄ້າ” ໄດ້ຮັບຄວາມຍິນຍອມຈາກຜູ້ປົກຄອງກ່ອນທີ່ຈະຊະລະເງິນຊື້ “ສິນຄ້າ” ຫຼື “ບໍລິການ” ນີ້ແລ້ວ
